ເວລາທີ່ຂ້ອຍຖາມຄົນຮູ້ຈັກຂອງຂ້ອຍກ່ຽວກັບບິດຄອຍ

ຂ້ອຍ : ເຈົ້າຮູ້ຈັກກ່ຽວກັບບິດຄອຍບໍ ?

ຄົນຮູ້ຈັກ : ຮູ້

ຂ້ອຍ : ດີໃຈເດທີ່ມີຄົນຮູ້ຈັກບິດຄອຍຄືເຮົາ(ຄິດໃນໃຈດອກ). ເປັນແນວໃດເຈົ້າໄດ້ຊື້ບິດຄອຍເກັບໄວ້ແນ່ບໍຊ່ວງນີ້ ?

ຄົນຮູ້ຈັກ : ບໍ່, ຊ່ວງນີ້ລາຄາມັນລົງເທຣດມັນບໍ່ໄດ້ກຳໄລປານໃດນະ

ຂ້ອຍ : (ງົງຢູ່ໜ້ອຍໜຶ່ງ) ອໍ້...ຄິດວ່າເຈົ້າຊື້ເກັບໄວ້ຊັ້ນດອກ

ຄົນຮູ້ຈັກ : ບໍ່ນະບໍ່ໄດ້ຊື້ ມີແຕ່ເທຣດດອກ

ຂ້ອຍ : ໂອເຄ ຄັນຊັ້ນເຮົາຮູ້ຈັກບິດຄອຍໄປໃນຄົນລະແບບແລ້ວຊັ້ນນະ.

ສຳລັບຂ້ອຍແລ້ວຢູ່ປະເທດລາວເຮົາເຂົາຍັງຄິດວ່າບິດຄອຍກະຄືກັນກັບຟໍເຣກສ໌ ອາໄສແຕ່ການເທຣດລາຄາຂຶ້ນ-ລົງຢູ່ຊັ້ນແຫຼະ, ສ່ວນຂ້ອຍເຫັນໄປໄກກວ່ານັ້ນແລ້ວແຫຼະ. 🍊💊💊💊🇱🇦.

Reply to this note

Please Login to reply.

Discussion

No replies yet.