Avatar
Sabaideebitcoin
4c63e15cd27762c25fbf1501793f0f0cf91a430b83548b271bb8b6f0f951bdfe
It’s been a while, Sound Money!

💡Hot Wallet ແລະ Cold Wallet ແມ່ນຫຍັງ ? ມີຂໍ້ດີ ແລະ ຂໍ້ເສຍຫຍັງແນ່ ? 🤔

💡ທຸກຄົນຄິດວ່າແບບໃດເໝາະກັບຕົນເອງຄອມເມັ້ນບອກແອັດແນ່ 🥳

#Sabaideebitcoin #Bitcoinlaos #Hotwalletandcoldwallet #Laostr #Bitcoiner

💸 ແລະ ຜົນກະທົບຈາກເງິນເຟີ້ທີ່ເຮົາຕ້ອງຮັບເຕັມໆກໍ່ຄື: ຄ່າຄອງຊີບສູງຂຶ້ນ, ເງິນທີ່ອອມໄວ້ມີມູນຄ່າລົດລົງ, ຜູ້ມີລາຍໄດ້ໜ້ອຍໄດ້ຮັບຜົນກະທົບ!

#Sabaideebitcoin #laostr #lao #vientiane #ບິດຄອຍ

https://ima ge.nostr.build/ec68331c3c512fbdbd87aaa35b3cfa608fe8b779f9fda19d9c5676c942b2c3fd.jpg

📌 ແລ້ວພວກເຈົ້າພົບເງິນທີ່ Perfect ແລ້ວ ຫຼື ຍັງ ? ຮູ້ບໍ່ວ່າ Bitcoin ເປັນເງິນດຽວ ແລະ ອັນແລກຂອງໂລກທີ່ມີທັງໝົດ 4 ລັກສະນະ.

#laostr #laos #vientiane #ບິດຄອຍ

💡Study Bitcoin: Bitcoin ມີຄວາມກະຈາຍອໍານາດແທ້ຫຼືບໍ່ ?

ການກະຈາຍອໍານາດ (decentralization) ໝາຍເຖິງການແຜ່ກະຈາຍອໍານາດ, ກະຈາຍການຄວບຄຸມ, ຫຼື ກະຈາຍການຕັດສິນໃຈອອກຈາກອໍານາດກາງຄົນດຽວ ແລະ ແຈກຢາຍໃຫ້ຜູ້ເຂົ້າຮ່ວມຫຼາຍຄົນ.

ແທນທີ່ຈະມີຄົນໜຶ່ງ, ອົງການຈັດຕັ້ງດຽວ, ຫຼື ສະຖານທີ່ໃດໜຶ່ງ ເປັນຜູ້ຕັດສິນໃຈທຸກຢ່າງ, ການກະຈາຍອໍານາດໃຫ້ສິດທິແກ່ຫຼາຍຝ່າຍໃນການມີສ່ວນຮ່ວມວ່າສິ່ງຕ່າງໆຈະດໍາເນີນແນວໃດ.

💡Satoshi ສາມາດຄວບຄຸມ Bitcoin ໄດ້ບໍ?

ເພື່ອຕອບຄໍາຖາມນີ້, ພວກເຮົາຕ້ອງກໍານົດວ່າການຄວບຄຸມ Bitcoin ໝາຍຄວາມວ່າຫຍັງກ່ອນ.

ການມີການຄວບຄຸມ Bitcoin ໝາຍເຖິງສອງຢ່າງ: ຄວາມສາມາດໃນການປ່ຽນກົດລະບຽບຕາມຄວາມຕ້ອງການ, ແລະ ອໍານາດໃນການກວດຄ່າທຸລະກໍາ ໂດຍການຄວບຄຸມວ່າໃຜສາມາດ ຫຼື ບໍ່ສາມາດເຮັດທຸລະກໍາໄດ້.

ແມ່ນຢູ່ວ່າ Satoshi Nakamoto ມີ Bitcoin ຢູ່ປະມານ 1 ລ້ານ bitcoin, ແຕ່ລາວບໍ່ໄດ້ມີສິດໃນການຄວບຄຸມເຄືອຂ່າຍຂອງ Bitcoin.

ເພາະການເປັນເຈົ້າຂອງ Bitcoin ບໍ່ແມ່ນການຄວບຄຸມເຄືອຂ່າຍ, ການເປັນເຈົ້າຂອງ Bitcoin ແລະ ການຄວບຄຸມເຄືອຂ່າຍແມ່ນສອງສິ່ງທີ່ແຍກຈາກກັນຢ່າງສົມບູນ. ເຖິງແມ່ນວ່າຈະມີ 1 ລ້ານ bitcoin (ປະມານ 5% ຂອງຈໍານວນທັງໝົດ).

Satoshi ສາມາດເຮັດໄດ້ພຽງແຕ່ສິ່ງທີ່ຄົນອື່ນສາມາດເຮັດໄດ້ຄື:

- ສົ່ງ Bitcoin ຂອງເຂົາໄປຫາທີ່ຢູ່ອື່ນ.

- ເລືອກວ່າຈະຂາຍ ຫຼື ຖືໄວ້.

ລາວບໍ່ສາມາດປ່ຽນກົດລະບຽບຕ່າງໆເຊັ່ນ:

- ປ່ຽນກົດລະບຽບ ຫຼື code ຂອງ Bitcoin.

- ຢຸດທຸລະກໍາຂອງຄົນອື່ນ.

- ສ້າງ Bitcoin ໃໝ່ໃຫ້ເກີນ 21ລ້ານຫຼຽນ.

- ຍົກເລີກທຸລະກໍາຢູ່ໃນ blockchain.

💡ສິ່ງທີ່ຄວບຄຸມ Bitcoin ແທ້ຈິງມີຄື:

- Nodes: ຄອມພິວເຕີທີ່ກວດສອບທຸລະກໍາ ແລະ ບັງຄັບໃຊ້ກົດລະບຽບ ເຊິ່ງຂະເຈົ້າເລືອກ run code ໄດ້ຕາມຄວາມຕ້ອງການ.

- Miners: ຄອມພິວເຕີທີ່ປະມວນຜົນທຸລະກໍາ ແລະ ຮັບປະກັນຄວາມປອດໄພຂອງເຄືອຂ່າຍ ເຂົາເຈົ້າກໍເລືອກ run code ໄດ້ເຊັ່ນກັນ.

- Developers: ຜູ້ທີ່ສະເໜີການປ່ຽນແປງຂອງ code (ແຕ່ບໍ່ສາມາດບັງຄັບໃຫ້ນໍາໃຊ້ໄດ້).

- Economic consensus: ຜູ້ໃຊ້, exchanges, ແລະ ທຸລະກິດ ຈະເລືອກສິ່ງທີ່ຕົວເອງຢາກຈະສະໜັບສະໜູນ.

ຜູ້ເຂົ້າຮ່ວມຂ້າງເທິງເຫຼົ່ານີ້ຕ້ອງຕົກລົງນຳກັນເພື່ອຄຸ້ມຄອງ Bitcoin.

ເປັນຫຍັງຄົນເຮົາຈິ່ງດໍາເນີນ Bitcoin nodes ໂດຍບໍ່ໄດ້ຮັບເງິນອຸດໜຸນໂດຍກົງ ?

ຄົນສ່ວນໃຫຍ່ທີ່ດໍາເນີນ nodes ອາດຈະຖື Bitcoin ຢູ່, ແຕ່ນັ້ນບໍ່ມີຫຍັງຜິດ ນີ້ແມ່ນວິທີທີ່ຕະຫຼາດເສລີເຮັດວຽກ. ຄົນຄວນກະທໍາໂດຍອີງໃສ່ຜົນປະໂຫຍດສ່ວນຕົວເປັນຫຼັກ, ເຊິ່ງໝາຍຄວາມວ່າເຂົາເຈົ້າມີສ່ວນໃນເກມ (skin in the game).

ຜູ້ເຂົ້າຮ່ວມທຸກຄົນຈະປົກປ້ອງລະບົບຈາກຜູ້ທີ່ຕ້ອງການທໍາລາຍມັນ, ສ້າງພະລັງທາງທິດສະດີເກມທີ່ຈູງໃຈໃຫ້ທຸກຄົນປະຕິບັດຕາມກົດລະບຽບ. ຖ້າບໍ່ດັ່ງນັ້ນ, ເຂົາເຈົ້າຈະຖືກເຕະອອກຈາກເກມ ຫຼື ສູນເສຍແຮງຈູງໃຈຂອງເຂົາເຈົ້າ.

💡ເປັນຫຍັງການປິດ Node ຈໍານວນຫຼາຍຈິ່ງເປັນໄປບໍ່ໄດ້ ?

ຄວາມເຂັ້ມແຂງຂອງ Bitcoin ແມ່ນຢູ່ທີ່ການຕ້ອງການພຽງຜູ້ເຂົ້າຮ່ວມທີ່ອຸທິດຕົນເລັກນ້ອຍເທົ່ານັ້ນເພື່ອຢູ່ລອດ. ເຖິງແມ່ນໃນສະຖານະການທີ່ຮ້າຍແຮງ, ການລົ້ມຂອງອິນເຕີເນັດທົ່ວໂລກ, ການປາບປາມທາງກົດໝາຍ, ຫຼື ການສູນເສຍຄວາມເຊື່ອໝັ້ນ, ເຄືອຂ່າຍຍັງຢູ່ລອດດ້ວຍພຽງ 1 ຫລື 2 nodes ແລະ ສາມາດຟື້ນຟູໄດ້ເມື່ອຜູ້ເຂົ້າຮ່ວມໃໝ່ sync ກັບຂໍ້ມູນ blockchain ທີ່ມີຢູ່.

#Sabaideebitcoin #WalletofSatoshi

🌟 ຍິນດີຕ້ອນຮັບສູ່ Sabaidee Bitcoin! 🌟

ພວກເຮົາຍິນດີຫຼາຍທີ່ໄດ້ເປີດເພຈນີ້ຂຶ້ນມາ ເພື່ອແບ່ງປັນຄວາມຮູ້ກ່ຽວກັບ Bitcoin ໃນແນວທາງທີ່ເຂົ້າໃຈງ່າຍ ແລະ ຄວນເປັນເລື່ອງໃກ້ຕົວຂອງຄົນລາວເຮົາ! 🇱🇦💰

🔹 ສິ່ງທີ່ຈະໄດ້ເຫັນໃນເພຈຂອງພວກເຮົາ :

✅ ຄວາມຮູ້ພື້ນຖານກ່ຽວກັບ Bitcoin

✅ ຂ່າວສານໃໝ່ໆ ໃນປະເທດ ແລະ ທົ່ວໂລກ

✅ ເທັກນິກການເກັບຮັກສາ Bitcoin ໃຫ້ປອດໄພ

✅ ປະສົບການຈາກຄົນທີ່ໃຊ້ງານຈິງ

✅ ຖາມ-ຕອບ ກັບຊຸມຊົນເພື່ອຮຽນຮູ້ຮ່ວມກັນ

ຕິດຕາມເຮົາໄວ້ເດີ ມາຮຽນຮູ້ ແລະ ສ້າງອະນາຄົດການເງິນແບບໃໝ່ດ້ວຍ Bitcoin ຮ່ວມກັນ! 🔐🚀

#SabaideeBitcoin #BitcoinLao #ເງິນດິຈິຕອນ #ຮຽນຮູ້Bitcoin #ຊຸມຊົນBitcoin #laostr #laos #vientiane

Hello! Sound money!

#laosr #laos #vientiane #bitcoin #education