Avatar
evandrake
ada2bb2fc34dc5f6c52d0378ea28aa7a4b7bae17eea5e3b6a258d338059bebc8
Data analyst
Replying to Avatar QW

Looks like good surfing.

And they will steal more from citizens to fill it up

Ribeye for dinner!

It may seem that way in this stage of its growth, but it won't always be like that. #bitcoin

Replying to Avatar a0x77ry

haha that looks about right

Replying to Avatar Ted🇱🇦🥩

ຍ້ອນກັບໄປ 6 ເດືອນກ່ອນພວກເຮົາບໍ່ໄດ້ຮູ້ຈັກກັນເລີຍ ແຕ່ດ້ວຍ ພະລັງຂອງ #Nostr ແລະ #Bitcoin ນຳເຮົາມາພົບກັນ.

ຈາກໄດ້ຮູ້ຈັກ ວິນ (Win Ko Ko) ຢູ່ໃນ Nostr ລາວເປັນຄົນມຽນມາທີ່ຫນີໄປຢູ່ ເມກາ ເຮັດວຽກໃຫ້ກັບ Human Right Foundation (HRF) ແລະ ຂຽນບົດຄວາມລົງ Bitcoin Magazine ລາວເຮັດວຽກໃນໂປຣແກຣມທີ່ໃຊ້ Bitcoin ເປັນເຄື່ອງມືໃນການສົ່ງເສີມສິດທິມະນຸດ. ວິນ ໄດ້ຊວນຂ້ອຍໄປງານ Sats “N” Facts ຢູ່ຊຽງໃຫມ່ ເປັນງານ Bitcoin Technical Unconference ທຳອິດຂອງ Aisa ແລະ ໄດ້ແນະນຳໃຫ້ຂ້ອຍຮູ້ຈັກກັບ ຈານ (ຜູ້ຈັດງານ) ທີ່ເປັນຄົນສະເປນມາເຮັດວຽກຢູ່ໄທ. ງານນີ້ໄດ້ນຳເອົາຄົນຈາກລາກຫລາຍມຸມທົ່ວໂລກທີ່ຢູ່ໃນ community ທີ່ສົນໃຈ ແລະ ເຮັດວຽກກ່ຽວກັບ Bitcoin ແລະ Nostr ມາເຈີກັນ ແຕ່ງານເປັນ private ຈຶ່ງບໍ່ໄດ້ມີຮູບ ເພາະ privacy ສຳຄັນສຳລັບ bitcoiner.

ຫລັງຈາກງານຢູ່ ຊຽງໃຫມ່ ຈົບແລ້ວ ດ້ວຍການທີ່ໄດ້ຮູ້ຈັກກັບ ມິກ ຈາກງານນັ້ນ ຈຶ່ງໄດ້ຊວນກັນວາງແຜນໄປຫ້ວຍເຜິ້ງຕໍ່ ຈົນເກີດເປັນ ທຣິບຫ້ວຍເຜິ້ງ ເຊິ່ງເປັນເມືອງທີ່ມີຮ້ານຄ້າຮັບຊຳລະເງິນດ້ວຍ bitcoin ຢູ່ຈັງຫວັດ ກາລາສິນ ເມືອງ bitcoin ແຫ່ງນີ້ເກີດຂຶ້ນຈາກການພັກດັນຂອງ ມິກ ນັ້ນເອງ. ມິກ ເປັນຕົວລະຄອນສຳຄັນ ທີ່ມີຄາແລັກເຕີເປັນ ພຣະໃນຮູບຂອງ bitcoiner ສາມາດເວົ້າເລື່ອງທຳມະ ແລະ ການນັ່ງສະມາທິໄດ້ເລິກເຊິ່ງ ຮັກສາສຸຂະພາບດ້ວຍວິຖີ low carb ແລະ IF ຈົນຫນ້າອ່ອນກ່ອນອາຍຸແທ້ ຢ່າງຫນ້ອຍກໍ 10 ປີ ຈົນທຸກຄົນຕົກໃຈເມື່ອຮູ້ອາຍຸ ນອກຈາກນັ້ນຍັງເປັນທີ່ຍອມຮັບຈາກຄົນໃນພື້ນທີ່ຫ້ວຍເຜິ້ງ ແລະ ໃກ້ຄຽງ ມີຜູ້ຄົນມາຂໍຄຳປຶກສາຢູ່ເລື່ອຍໆ.

ໃນທຣິບຫ້ວຍເຜິ້ງຈະມີ ໂຕຂ້ອຍ, ວິນ (ຄົນມຽນມາ), ຈານ, ວິນ (ຄົນໄທ) ຜູ້ກໍຕັ້ງ siamstr.com ເປັນ bitcoiner ມາຈາກຊຽງລາຍ (ເຄີຍ follow ຢູ່ Nostr ແລ້ວ) ເພື່ອໄປຫາ ມິກ ຢູ່ຫ້ວຍເຜິ້ງ. ນອກຈາກນີ້ກໍມີອ້າຍໆເອື້ອຍໆ ຈາກຈັງຫວັດໃກ້ຄຽງ ມາຮ່ວມງານນຳ ໂດຍມີການຈັດ session ນ້ອຍໆກ່ຽວກັບ Bitcoin ຢູ່ ຮ້ານກາເຟ ສູນຍະ ຂອງມິກ.

ປະສົບການທີ່ໄດ້ຈາກງານ ຊຽງໃຫມ່ ແລະ ມາຫ້ວຍເຜິ້ງ ແມ່ນສຸດຍອດຫລາຍ ທັງເປັນງານ bitcoin ທຳອິດທີ່ເຄີຍໄປ. ປະທັບໃຈໃນ Vibe ຂອງ bitcoin ແລະ nostr community ຈະມີຄວາມ optimistic ຢ່າງບອກບໍ່ຖືກ ຄົນມີຄວາມເກັ່ງຄວາມສາມາດ ແຕ່ກໍມີຄວາມ humble, ມີຄວາມ low time preference (ອົກສົ້ມໄວ້ກິນຫວານ), ດ້ວຍຄວາມ decentralize ຂອງ bitcoin ເຮັດໃຫ້ມີຄົນທີ່ຫລາກຫລາຍແບບ ແລະ ກະຈາຍໂຕຈາກທຸກມຸມໂລກ ເພາະ bitcoin ເຮັດໃຫ້ຄົນເປັນອິດສະຫລະທາງການເງິນ, ຄວາມຄິດ, ວຽກງານ ຄົນຈະເລືອກເຮັດໃນສິ່ງທີ່ຕົວເອງຢາກເຮັດ ໂດຍບໍ່ໄດ້ໄລ່ຕາມບ່ອນທີ່ເງິນມັນຊຸ່ມຢູ່. ແຕ່ລະຄົນມີ proof of work ໃມນການຄົ້ນຫາຄວາມຈິງກັບເລື່ອງຕ່າງໆມາດ້ວຍຕົວເອງ ຈຶ່ງເຮັດໃຫ້ເວລາມາເຈີກັນແລ້ວ ພຽງເບິ່ງຕາກໍເຂົ້າໃຈກັນແລ້ວ.

Where can I get some of those stickers? #asknostr