## Citrine 0.2.6
- Add support for import nostr.sync backup files
- Add support for [translations](https://crowdin.com/project/citrine)
Download it with [zap.store](https://zap.store/download), [Obtainium](https://github.com/ImranR98/Obtainium) or download it directly in the [releases page
](https://github.com/greenart7c3/Citrine/releases/tag/v0.2.6)
If you like my work consider making a [donation](https://greenart7c3.com)
ໜ້າສົນໃຈ! ຈະໄປທົດລອງໃຊ້ເບິ່ງ sign offline ໄດ້
Am I the solitary Lao folk present in #nostr, am I not?
#laostr 🇱🇦
Literally an ostrich running around in Hong Kong
https://video.nostr.build/64f57ef1558d16c4d2c3535c18061bf582a71cc156d7c77e1f49c303d6a0399e.mp4
ນົກກະຈອກເທດ ຍ່າງເລາະຊົມເມືອງ Matrix 😂
#nostr #nostrich
ລະບົບການເງິນເປີດ #bitcoin
+
ລະບົບຂໍ້ມູນຂ່າວສານເປີດ #nostr
= ອິດສະຫຼະພາບ #freedom 🕊
ຕອນນີ້ຫາກໍຈັດສັນເວລາມາໄລ່ເບິ່ງ #OsloFF2024
nostr:npub1sg6plzptd64u62a878hep2kev88swjh3tw00gjsfl8f237lmu63q0uf63m ເວົ້າໄດ້ດີຫຼາຍ ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງຕໍ່ກັບສື່ສັງຄົມອອນລາຍໃນປັດຈຸບັນ. ລາວເນັ້ນໜັກເຖິງບາດກ້າວທີ່ສໍາຄັນຂອງການນໍາໃຊ້ຊອຟແວລະບົບເປີດ, ປະຊາຊົນສາມາດຫັນການຄຸ້ມຄອງຂໍ້ມູນແບບເປັນເຈົ້າຕົວເອງ, ແລະ ຍັງເວົ້າເຖິງການນໍາໃຊ້ແນວຄວາມຄິດທີ່ສ້າງສັນແບບບໍ່ມີສູນກາງໃດປິດກັ້ນ ກໍສ້າງຜົນປະໂຫຍດມາແລ້ວນັບບໍ່ຖ້ວນໃຫ້ແກ່ສັງຄົມ. ດັ່ງນັ້ນ, ບົດບາດຂອງການສົ່ງເສີມການກະຈາຍອໍານາດ ຈຶ່ງເປັນສິ່ງທີ່ພວກເຮົາຕ້ອງໃຫ້ຄວາມໃສ່ໃຈໃຫ້ຫຼາຍຂຶ້ນໃນຍຸກປັດຈຸບັນ ເພື່ອຕ້ານການຮຸກຮານທຸກຮູບແບບ ບໍ່ວ່າຈະເປັນຫົວໜ່ວຍທຸລະກິດ ແລະ ຈາກພາກລັດທີ່ມີຈຸດຜິດພາດພຽງຈຸດດຽວ ຄື ການລວມສູນ.
ຄວາມຕັ້ງໃຈຂອງ nostr:npub1sg6plzptd64u62a878hep2kev88swjh3tw00gjsfl8f237lmu63q0uf63m ທີ່ອຸທິດຕົນພັດທະນາ #bluesky ແຍກຈາກ #twitter ແລ້ວກໍຕັດສິນໃຈລາອອກມາ ຍ້ອນຂັດຕໍ່ສິ່ງທີ່ຫວັງຈະຕໍ່ຍອດຕັ້ງແຕ່ຕົ້ນ, ແລະ ຫັນມາຊອກລະດົມທຶນໃຫ້ການສະໜັບສະໜູນໂຄງການລິເລີ່ມກ່ຽວກັບສື່ສັງຄົມລະບົບເປີດ ເຊັ່ນ ໂປຣໂຕຄອລ #nostr ເປັນສິ່ງທີ່ສະແດງໃຫ້ເຫັນເຖິງ ອຸດົມການຂອງລາວໃນການສ້າງຜົນປະໂຫຍດຕໍ່ສັງຄົມ ຈາກ ອິນເຕີເນັດໃນປັດຈຸບັນທີ່ຖືກຄວບຄຸມໄປໝົດທຸກສິ່ງຢ່າງ ໃຫ້ກັບມາເປັນ ອິນເຕີເນັດສາທາລະນະ ທີ່ໃຜໆກໍສາມາດມີສ່ວນຮ່ວມໄດ້ເຊັ່ນດຽວກັບເມື່ອກ່ອນອີກຄັ້ງ.
ການທີ່ແຕ່ລະບຸກຄົນ ສາມາດຫຼີກໜີຈາກອັລກໍລິທຶມໃນການສະໜອງຂໍ້ມູນທີ່ມັນສາມາດຄວບຄຸມສິ່ງທີ່ເຮົາເຫັນ, ສິ່ງທີ່ເຮົາຄິດໄດ້ນັ້ນ ໂດຍຂຶ້ນກັບບໍລິສັດທີ່ຜູກຂາດບາງລາຍໃນຕະຫຼາດ ແລ້ວຫັນມາເປັນເຈົ້າຂອງຂໍ້ມູນປະຈໍາຕົວທີ່ບໍ່ຂຶ້ນກັບໃຜ ຄື ສິ່ງທີ່ມະຫັດສະຈັນ; ເພື່ອຫຼຸດພົ້ນຈາກບັນຫາດັ່ງກ່າວ, ການແກ້ໄຂບັນຫາ ການຄົ້ນຫາຂໍ້ມູນດ້ວຍລະບົບເປີດ ຈາກອິດສະຫຼະທີ່ມອບທາງເລືອກໃຫ້ແກ່ປະຊາຊົນໃນການເລືອກອັລກໍລິທຶມການສະໜອງຂໍ້ມູນໄດ້ດ້ວຍຕົວເອງ ຫຼື ແມ່ນແຕ່ປິດມັນໄດ້ເລີຍ ຄືອໍານາດທີ່ຍິ່ງໃຫຍ່ ແລະ ຈໍາເປັນໃນການບໍລິໂພກຂໍ້ມູນຂ່າວສານ. ໂດຍລວມແລ້ວ, ການສົນທະນາຂອງ nostr:npub1sg6plzptd64u62a878hep2kev88swjh3tw00gjsfl8f237lmu63q0uf63m ໃນຄັ້ງນີ້ ບໍ່ພຽງແຕ່ໃຫ້ຂໍ້ມູນທີ່ເປັນປະໂຫຍດ ແຕ່ຍັງໃຫ້ແຮງບັນດານໃຈ, ເຮັດໃຫ້ພວກເຮົາໄດ້ຄິດໄຕ່ຕອງຄືນໃໝ່ເຖິງຄວາມສໍາຄັນ ແລະ ເວລາທີ່ເຮົານໍາໃຊ້ໄປກັບເຕັກໂນໂລຊີໃນແຕ່ລະວັນ.
#OsloFF #freedom 🕊
#laostr 🇱🇦
ທະນາຄານກາງ US #FederalReserve ບໍ່ໄດ້ຖືກກວດສອບມາ 110 ປີແລ້ວ—ຄໍາໃນລະບົບມີເທົ່າໃດກັນແທ້, ອຸປະທານການເງິນ M1, M2, M3 ມີປະໂຫຍດຫຍັງ ໃນເມື່ອຕື່ມເງິນໃສ່ນາຈົນຖ້ວມທົ່ງ; ສ່ວນ #bitcoin ແມ່ນມີການກວດສອບຈາກສະມາຊິກທົ່ວທຸກທິດ ໃນທຸກໆ 10 ນາທີ.
ບາດກ້າວໜຶ່ງທີ່ສໍາຄັນ ແມ່ນ 🇸🇻 El Salvador ກໍໄດ້ສ້າງເວັບໄຊທ໌ຕິດຕາມຄັງສໍາຮອງ #bitcoin ຂອງຊາດແລ້ວໃນຕອນນີ້ 🔥
Ah, the tech giant with a fruity twist in its name?
🫂 ຮວມກັນເຮົາຢູ່ ແຍກໝູ່ເຮົາຕາຍ.
It's encouraging to see how our community's collective power can bring about real change.
ສະບາຍດີ nostr:npub1823jnnyxsf4tyh9xfw9jg3ggxee8kmqej87w6cmsq8324yd6tmfsdnmqeu, ຍິນດີຕ້ອນຮັບສູ່ #nostr
Everyone who goes on X and reports doxx posts of Fiatjaf for privacy violations, and publishes screenshot proof here in the replies, will receive at least 2121 sats from me.
Instructions by nostr:npub103a6vk43crw497dlaptwfmhctxqu22mwepshjcvvp29fzwrhtx4q675n6p: https://x.com/BitcoinBRS/status/1798804354322796589

ເຂົ້າໄປສົ່ງລາຍງານການລະເມີດສິດຄວາມເປັນສ່ວນຕົວແລ້ວເດີ! ສື່ມວນຊົນໂດຍສະເພາະສື່ກະແສຫຼັກທີ່ຕັ້ງໃຈປັ່ນປ່ວນແນວນີ້ ຍັງມີຢູ່ຫຼາຍເນາະ, ພວກເຮົາມາກວາດລ້າງພວກຕາຍໆ ທີ່ເປັນຂີ້ເຫຍື້ອສັງຄົມແນວນີ້ນໍາກັນ.



ໃນຊີວິດນີ້ ເຮົາຍັງຕ້ອງການຫຍັງອີກ,
ບາງທີຄວາມສຸກ ມັນກໍມີພຽງເທົ່ານີ້.
ເພື່ອອິດສະຫຼະພາບ ແລະ ຄວາມສຸກ, ອຸປະສັກທີ່ເກີດຂຶ້ນລະຫວ່າງທາງກໍເປັນເລື່ອງທຳມະດາ. ເຫດການດັ່ງກ່າວຈົບລົງດ້ວຍການຖືກດໍາເນີນຄະດີ, ອ່ານຕໍ່ທີ່ຊ່ອງສະແດງຄວາມຄິດເຫັນດ້ານລຸ່ມ. #pleb #freedom 🕊
ຖ່າຍທອດສົດ Oslo Freedom Forum ປະຈໍາປີ 2024 ໃນຫົວຂໍ້ "ທວງຄືນປະຊາທິປະໄຕ" ຈາກ Oslo, Norway ກໍາລັງຈະເລີ່ມສາຍແລ້ວ, ມາເບິ່ງໄວ !
#freedom
https://www.youtube.com/live/beLNpJ8CpBk?si=KqZRcb4gSUtKXjXN
ຮູບເງົາ My Trust in You is Broken ອອກສາຍແລ້ວ, ຊວນຄອບຄົວ ແລະ ໝູ່ເພື່ອນ ໄປເບິ່ງພ້ອມກັນໆເລີຍຍຍ !!
gm stay humble, stack sats, and help rebuild world's financial system on top of #Bitcoin ✊🗽
https://video.nostr.build/7724e21482ddac3bb9358979045a8058f102c5f573e1b3891ca6e3bd1d575564.mp4
see you in New York on May 22nd, for the first Bitcoin-only ticketed movie premiere, produced in partnership with nostr:npub1key55ax33gkl50uqemvl4khrtqrhzm7wzpc7fhseutt5ddkcwcrqgxlt3h!
9 tickets left: https://btcpay0.voltageapp.io/apps/ss8CZKdk3WWXexK6goejLsh6MBP/pos
ໃຜມີໂອກາດໄດ້ຮັບຊົມຮູບເງົາຢູ່ ນິວຢອກ ໃນມື້ນີ້, ແບ່ງປັນປະສົບການມາແນ່ເດີ 🚀
☀ ສະບາຍດີຕອນເຊົ້າ #nostr
#laostr 🇱🇦 



