Avatar
Lnstorelaos
e39780c25bee6e55eb40360253e957f44e078643940a3ef5081609720866d313
Adoption bitcoin lightning in laos.

ໃນໂລກຂອງການເງິນ, ການພິມເງິນໄດ້ຖືກຍົກມາເປັນຫົວຂໍ້ໂຕ້ແຍ້ງກັບອັດຕາເງິນເຟີ້. ບົດຄວາມນີ້ແມ່ນປະຫວັດຂອງການພິມເງິນ, ຜົນກະທົບຂອງມັນຕໍ່ເສດຖະກິດ.

-------------------

ການພິມເງິນ ຫຼື ການເພີ່ມສະພາບຄ່ອງພາຍໃນຕະຫຼາດບໍ່ແມ່ນແນວຄິດໃໝ່. ຢ່າງໃດກໍຕາມ, ຈຸດປ່ຽນທີ່ສໍາຄັນໄດ້ເກີດຂຶ້ນເມື່ອປີ 1971 ໃນເວລາທີ່ສະຫະລັດໄດ້ປະຖິ້ມມາດຕະຖານທອງຄໍາ, ລະບົບທີ່ມູນຄ່າຂອງສະກຸນເງິນໄດ້ຖືກຜູກມັດກັບຈໍານວນຄໍາທີ່ແນ່ນອນ. ການຕັດສິນໃຈດັ່ງກ່າວໄດ້ຊີ້ໃຫ້ເຫັນຈຸດເລີ່ມຕົ້ນຂອງຍຸກທີ່ລັດຖະບານສາມາດພິມເງິນໄດ້ຢ່າງເສລີຫຼາຍຂື້ນໂດຍບໍ່ມີຂໍ້ຈໍາກັດກ່ຽວກັບທອງຄຳສຳຮອງ, ເຊິ່ງນໍາໄປສູ່ບັນຫາອັດຕາເງິນເຟີ້ ແລະ ຄ່າເງິນຫຼຸດລົງ. (ສິ່ງໃດທີ່ມີຫຼາຍມັກຈະບໍ່ມູນລະຄ່າ)

-------------------

ວິທີແກ້ໄຂບັນຫາເງິນເຟີ້ໃນຫຼາຍໆປະເທດ ມັກໃນຮູບແບບເຊັ່ນ: ການເພີ່ມອັດຕາດອກເບ້ຍ, ການຂາຍພັນທະບັດ ມີຫຼາຍຄົນບໍ່ຕັ້ງຄຳຖາມຖ້າໝົດສັນຍາພັນທະບັດ ຫຼື ສັນຍາດອກເບ້ຍຄົບກຳນົດເງິນກໍ່ຈະອອກມາສູ່ຕະຫຼາດຫຼາຍຂຶ້ນກ່ອນເກົ່າ ມັນຄືການຢືເວລາຂອງລະບົບ

#laostr #lnstorelaos #inflation #MoneyPrinting