ເງິນແບບນີ້ແມ່ນຜະລິດແລະນຳໃຊ້ເມື່ອປີ ຄສ 1945-1946
ຫລັງຈາກປະເທດລາວ ປະກາດເອກະລາດ ຈາກຝຣັ່ງເສດ ເປັນຄັ້ງທຳອິດແລ້ວ 12 ຕຸລາ 1945 ຈຶ່ງໄດ້ພິມເງິນຂອງຕົນເອງອອກຮັບໃຊ້ສັງຄົມ
ລັດຖະບານລາວອິດສະຫລະ ເຊິ່ງມີພຣະຍາ ຄຳມ້າວ ວິໄລ ເປັນນາຍົກລັດຖະມົນຕີ ແລະມີທ່ານກະຕ່າຍ ໂດນສະໂສລິດ ເປັນລັດຖະມົນຕີກະຊວງການເງິນ ເຊິ່ງລັດຖະບານໄດ້ມີການຈັດພິມຈຳໜ່າຍເງິນກີບອິດສະຫລະ ອອກຮັບໃຊ້ສັງຄົມ ເພື່ອແກ້ໄຂປັບປຸງ ສະພາບເສດຖະກິດ ຂອງປະເທດຊາດຫລັງສົງຄາມໂລກຄັ້ງທີ່ II
ເງິນກີບລາວອິດສະຫລະ ແມ່ນໄດ້ຈັດພິມຂຶ້ນຢູ່ໂຮງພິມລັດຖະບານວຽງຈັນ ເຊິ່ງປະກອບມີໃບ :
- 10 ອັດ.
- 20 ອັດ.
- 50 ອັດ.
- 10 ກີບ. ອອກຈໍລະຈອນແຈກຢາຍ ເປັນຄັ້ງທຳອິດ ໃນຂອບເຂດທົ່ວປະເທດ ແລະເພື່ອສະເຫລີມສະຫລອງວັນປະກາດເອກະລາດ ເງິນປະເພດນີ້ຄົນສ່ວນຫລາຍມັກນິຍົມເອີ້ນຊື່ກັນວ່າ : '' ເງິນກະຕ່າຍ ''
