Avatar
Odysnow
eabee2301dac059aae0ea6ee3035e730cf92be5aee8e82c1934b2f5b17fc7576

ເງິນແບບນີ້ແມ່ນຜະລິດແລະນຳໃຊ້ເມື່ອປີ ຄສ 1945-1946

ຫລັງຈາກປະເທດລາວ ປະກາດເອກະລາດ ຈາກຝຣັ່ງເສດ ເປັນຄັ້ງທຳອິດແລ້ວ 12 ຕຸລາ 1945 ຈຶ່ງໄດ້ພິມເງິນຂອງຕົນເອງອອກຮັບໃຊ້ສັງຄົມ

ລັດຖະບານລາວອິດສະຫລະ ເຊິ່ງມີພຣະຍາ ຄຳມ້າວ ວິໄລ ເປັນນາຍົກລັດຖະມົນຕີ ແລະມີທ່ານກະຕ່າຍ ໂດນສະໂສລິດ ເປັນລັດຖະມົນຕີກະຊວງການເງິນ ເຊິ່ງລັດຖະບານໄດ້ມີການຈັດພິມຈຳໜ່າຍເງິນກີບອິດສະຫລະ ອອກຮັບໃຊ້ສັງຄົມ ເພື່ອແກ້ໄຂປັບປຸງ ສະພາບເສດຖະກິດ ຂອງປະເທດຊາດຫລັງສົງຄາມໂລກຄັ້ງທີ່ II

ເງິນກີບລາວອິດສະຫລະ ແມ່ນໄດ້ຈັດພິມຂຶ້ນຢູ່ໂຮງພິມລັດຖະບານວຽງຈັນ ເຊິ່ງປະກອບມີໃບ :

- 10 ອັດ.

- 20 ອັດ.

- 50 ອັດ.

- 10 ກີບ. ອອກຈໍລະຈອນແຈກຢາຍ ເປັນຄັ້ງທຳອິດ ໃນຂອບເຂດທົ່ວປະເທດ ແລະເພື່ອສະເຫລີມສະຫລອງວັນປະກາດເອກະລາດ ເງິນປະເພດນີ້ຄົນສ່ວນຫລາຍມັກນິຍົມເອີ້ນຊື່ກັນວ່າ : '' ເງິນກະຕ່າຍ ''

ທະນາບັດ ຮ້ອຍຫລຽນ, ອີນໂດຈີນ ສມັຍຝຣັ່ງ, 1954.

ເງິນ ”ໃບສາມນາງ”... ມີຮູບ ຜູ້ຍິງກຳພູຊາ, ຜູ້ຍິງລາວ ແລະ ຜູ້ຍິງຫວຽດນາມ ຢູ່ດ້ານໜ້າ.

ແຕ່ລະ ປະເທດ, ດ້ານໜ້າ ເໝຶອນກັນ, ແຕ່ ລາຍເຊັນ ຕ່າງກັນ.

ອອກແບບ ແລະ ແຕ້ມໂດຍ ທ່ານ ມາກ ເລີເກ້ (Marc Leguay).

ຕາມສາຍຕາ ຜູ້ຂ້າ, ຄົງຈະແມ່ນ ທະນາບັດ ທີ່ງາມທີສຸດ ທີ່ໄດ້ນຳເອົາມາໃຊ້ ຢູ່ ອິນໂດຈີນ.

1/ ທະນາບັດ ລາວ ດ້ານໜ້າ (ທະນະບັດ ຂັ້ນ ແບບຢ່າງ, ເລກ 00000, O.0),

ລາຍເຊັນ ທ່ານ ກັສຕົ້ງ ກູແຊັງ ແລະ ລາຍເຊັນ ທ່ານ ເລ ກີ ເຮຶ້ອງ (ຮູ້ວ່າ ເປັນຄົນສຳຄັນ, ແຕ່ ຫາຂໍ້ມູນ ບໍ່ໄດ້.​ ຖ້າ ຍາປ້າ ຍາລຸງ ເວົ້າເຖິງໄດ້, ກາຣູນາ ເວົ້າໃຫ້ ພວກຫລານ ຟັງແດ່, ຂອບໃຈ),

2/ ທະນາບັດ ລາວ ດ້ານຫລັງ, ຮູບແມ່ຍິງລາວ ເກົ້າຜົມຊົງລາວ ອູ້ມຂັນ (ເມັຽ ທ່ານ ມາກ ເລີເກ້ ເປັນ ນາງແບບ), ຫໍພຣະແກ້ວ,

3/​ ທະນາບັດ ກຳພູຊາ ດ້ານໜ້າ,

ລາຍເຊັນ ທ່ານ ກັສຕົ້ງ ກູແຊັງ ແລະ ລາຍເຊັນ ທ່ານ ຊົນຊານ, ຜູ້ທີ່ຈະເປັນ ປະທານ ທະນະຄານ ກຳພູຊາ (1955-1968),

https://en.wikipedia.org/wiki/Son_Sann

4/ ທະນາບັດ ກຳພູຊາ ດ້ານຫລັງ, ຮູບ ປະສາດຫີນ ອັງກໍ,

5/​ ທະນາບັດ ຫວຽດນາມ ດ້ານໜ້າ,

ລາຍເຊັນ ທ່ານ ກັສຕົ້ງ ກູແຊັງ ແລະ ລາຍເຊັນ ທ່ານ ຫງຽມ ວັນຕຣີ

6/ ທະນາບັດ ຫວຽດນາມ ດ້ານຫລັງ, ຮູບ ຈັກພັດ ບາວດາຍ

https://en.wikipedia.org/wiki/Bảo_Đại

Billets de 100 Piastres, Indochine Française, 1954

Appelés par les laotiens "billets des trois demoiselles", ce sont probablement les plus beaux billets de banque en circulation durant la période de l'Indochine Française.

Billets dessinés par Marc Leguay qu'on ne présente plus.

Le recto des billets est le même et représente une cambodgienne, une laotienne et une viêtnamienne.

La deuxième signature est différente selon le pays.

1/ version laotienne, recto, specimen (numéro 00000 O.0)

signatures : Gaston Cusin et Lê Ky Huong

2/ version laotienne, verso,

laotienne tenant un vase en argent rempli de fleurs, musée de Ho Phra Kèo en arrière-plan,

3/ version cambodgienne, recto,

signatures : Gaston Cusin et Son Sann (futur président de la Banque Nationale du Cambodge)

https://fr.wikipedia.org/wiki/Son_Sann

4/ version cambodgienne, verso, temple d'Angkor Wat,

5/ version viêtnamienne, recto,

signatures : Gaston Cusin et Nghiem Van Tri,

6/ version viêtnamienne, verso, portrait de l'empereur Bao Dai,

https://fr.wikipedia.org/wiki/Bảo_Đại

Nostr #laostr #siamstr #nostr

จะมีคริบสอนทำไหมพี่อาม light zap